ກອງປະຊຸມເຜີຍແຜ່ຜົນການສຶກສາລະດັບຊາດກ່ຽວກັບສຸຂະພາບ ແລະ ປະສົບການຂອງແມ່ຍິງ ຢູ່ ສປປ ລາວ

ເພື່ອໂຄສະນາຜີຍແຜ່ຜົນ ຜົນການສຶກສາລະດັບຊາດ ກ່ຽວກັບສຸຂະພາບ ແລະ ປະສົບການ ຂອງແມ່ຍິງ ຢູ່ ສປປ ລາວ ທີ່ໄດ້ລົງເກັບກໍາຂໍ້ມູນ ກ່ຽວກັບບັນຫາດັ່ງກ່າວ ໃນປີ 2013 ຂອງ ບັນດານັກເດີນສໍາຫຼວດ ດັ່ງນັ້ນ, ໃນວັນທີ 10 ມີນາ ປີ 2016  ຄະນະກໍາມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງແຫ່ງຊາດ ແລະ ອົງການສະຫະປະຊາຊາດ ກອງທຶນສໍາຫຼັບປະຊາກອນ ໄດ້ຈັດ ກອງປະຊຸມ ເຜີຍແຜ່ຜົນ ການສຶກສາລະດັບຊາດ ກ່ຽວກັບສຸຂະພາບ ແລະ ປະສົບການ ຂອງແມ່ຍິງ ຢູ່ ສປປ ລາວ ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນສະຫວາດ ບຸບຜາ ລັດຖະມົນຕີຊ່ວຍວ່າການ ກະຊວງຍຸຕິທໍາ, ກໍາມະການ ຄະນະກໍາມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງແຫ່ງຊາດ (ຄກມຊ), ທ່ານ ຮອງຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງ ແຜນການ ແລະ ການລົງທຶນ ແລະທ່ານ ນາງ ຄາລີນາ ອິມໂມເນັ້ນ ຜູ້ປະສານງານ ຂອງອົງການ ສະຫະປະຊາຊາດ ມີບັນດາ ປະທານ, ຮອງ ປະທານ ແລະ ວິຊາການ ຄກມ ກະຊວງ, ອົງການ ແລະ ກອງເລຂາ ນະຄອນຫຼວງວຽງຈັນ ນອກຈາກນັ້ນ ຍັງມີ ບັນດາຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ແລະ ບັນດາທຸຕານຸທູດ ເຂົ້າຮ່ວມ   

ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດກອງທຶນ ສຳລັບປະຊາກອນ (UNFPA) ພ້ອມດ້ວຍ ການສະໜັບສະໜຸນ ຈາກອົງການ UN Women ແລະ ອົງການ ອະນາໄມໂລກ (WHO) ໄດ້ຮ່ວມມືກັນ ທາງດ້ານເຕັກນິກ, ວິຊາການ ແລະ ທຶນຮອນ ເຮັດບົດສຳຫຼວດລະດັບ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ເປັນຄັ້ງທຳທິດຂອງ ສປປ ລາວ.

ເຊິ່ງ ໃນບົດລາຍງານລະດັບຊາດ ໄດ້ເຜີຍໃຫ້ເຫັນວ່າ ຢູ່ ສປປ ລາວ, ມີແມ່ຍິງ ເກືອບ 1 ໃນ 3 ຄົນ ເຄີຍຖືກຄວາມຮຸນແຮງທາງຮ່າງກາຍ, ຄວາມຮຸນແຮງທາງເພດ ຫຼື ຄວາມຮຸນແຮງທາງຈິດໃຈ ຈາກຄູ່ຮັກຂອງເຂົາເຈົ້າ, ສ່ວນຫຼາຍແລ້ວແມ່ນ ມາຈາກຜົວຂອງເຂົາເຈົ້າເອງ.

ບົດລາຍງານດັ່ງກ່າວ ຍັງຊີ້ໃຫ້ເຫັນວ່າ ມີແມ່ຍິງທີ່ຖືກຄວາມຮຸນແຮງ ຈາກຜົວ ຫຼື ຄູ່ຮັກພຽງແຕ່ 1 ໃນ 5 ຄົນ ເທົ່ານັ້ນ ທີ່ຊອກຫາຄວາມຊ່ວຍເຫຼືອ ຈາກອຳນາດປົກຄອງບ້ານ, ເຊິ່ງມີພຽງ 4 ເປີເຊັນເທົ່ານັ້ນ ທີ່ຂໍຄວາມຊ່ວຍເຫຼືອ ຈາກເຈົ້າໜ້າທີ່ຕຳຫຼວດ ແລະ ມີພຽງແຕ່ 3 ເປີເຊັນເທົ່ານັ້ນທີ່ໄປຮັບການບໍລິການ ດ້ານສາທາລະນະສຸກ.

ເກືອບເຄິ່ງໜຶ່ງ ຂອງແມ່ຍິງທີຖືກຄວາມຮຸນແຮງທາງຮ່າງກ່າຍ ແລະ ຄວາມຮຸນແຮງທາງເພດ ຈາກຜົວ ຫຼື ຄູ່ຮັກຂອງເຂົາເຈົ້າເອງ ໄດ້ລາຍງານວ່າ ເຂົາເຈົ້າໄດ້ຮັບບາດເຈັບ ຕາມຮ່າງກາຍເລື້ອຍໆ ແລະ ຜູ້ຍິງທີ່ຖືກຄວາມຮຸນແຮງ ມີແນວໂນ້ມທີ່ຈະຄິດຂ້າຕົວຕາຍ ເຖິງ 4 ເທົ່າ.

“ນີ້ເປັນຄັ້ງທຳອິດ ທີ່ ສປປ ລາວ ມີຂໍ້ມູນລະດັບຊາດ ກ່ຽວກັບການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ທີ່ສ້າງຈຸດເລີ່ມຕົ້ນທີ່ສຳຄັນ ສຳລັບການຈັດຕັ້ງປະຕິບັດ ນະໂຍບາຍທີ່ມີປະສິດທິຜົນ. ນອກຈາກ ຄວາມເຂົ້າໃຈຕໍ່ຂອບເຂດ ຂອງບັນຫາແລ້ວ, ພວກເຮົາຕ້ອງໄດ້ຕິດຕາມຜົນກະທົບ ຂອງນະໂຍບາຍ ແລະ ແຜນດຳເນີນງານຢ່າງໃກ້ຊິດ, ແລະ ຈັດສັນງົບປະມານ ແລະ ຊັບພະຍາກອນ ເພື່ອຮັບປະກັນວ່າ ແມ່ຍິງທີ່ຖືກຄວາມຮຸນແຮງ ໄດ້ເຂົ້າເຖິງຄວາມຍຸດຕິທຳ ແລະ ການບໍລິການຕ່າງໆ ທີ່ສົ່ງເສີມເຂົາເຈົ້າ", ກ່າວໂດຍ ທ່ານນາງ ແອນນາ ຄາຣິນ-ແຈັດຟໍສ໌, ຮອງຫົວໜ້າອົງການ UN Women ປະຈຳຂົງເຂດອາຊີ-ປາຊີຟິກ.

ນບົດລາຍງານ ຍັງລວມເອົາຂໍ້ສະເໜີແນະ ໃຫ້ແກ່ລັດຖະບານ, ຊຸມຊົນ ແລະ ຄູ່ຮ່ວມງານສາກົນ ລວມທັງ ການຈັດຕັ້ງປະຕິບັດທາງດ້ານກົດໝາຍ ແລະ ນະໂຍບາຍ ທີ່ມີຢູ່ຢ່າງເຕັມສ່ວນ ເພື່ອຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ - ພ້ອມມີສະຖານທີ່ໃຫ້ບໍລິການແກ້ໄຂທີ່ພຽງພໍ

ອີງຕາມບົດລາຍງານ, 40 ເປີເຊັນ ຂອງແມ່ຍິງທີ່ເຄີຍຖືກຄວາມຮຸນແຮງທາງຮ່າງກາຍຈາກຜົວຫຼື ຄູ່ຮັກຂອງເຂົາເຈົ້າເວົ້າວ່າ ລູກຂອງເຂົາເຈົ້າໄດ້ເຫັນຄວາມຮຸນແຮງພາຍໃນຄອບຄົວຢ່າງໜ້ອຍໜຶ່ງຄັ້ງ. ການສຶກສາດັ່ງກ່າວນີ້ ໄດ້ຢືນຢັນວ່າ ເດັກນ້ອຍທີ່ອາໄສຢູ່ກັບຄົວເຮືອນທີ່ມີການໃຊ້ຄວາມຮຸນແຮງ ແມ່ນມີແນວໂນ້ມທີ່ຈະເກີດບັນຫາທາງດ້ານການປະພຶດຢ່າງຮ້າຍແຮງ, ລວມທັງການປະພຶດທີ່ແຂງກະດ້າງ ແລະ ຮຸນແຮງ, ຝັນຮ້າຍ ແລະ ການຮຽນອ່ອນ, ເມື່ອທຽບກັບເດັກນ້ອຍທີ່ອາໄສຢູ່ກັບຄົວເຮືອນທີ່ບໍ່ມີການໃຊ້ຄວາມຮຸນແຮງ.

ບົດລາຍງານນີ້ ໄດ້ຊີ້ໃຫ້ເຫັນວ່າ ເມື່ອແມ່ຍິງ ກ້າທີ່ຈະເວົ້າກ່ຽວກັບ ບັນຫາຄວາມຮຸນແຮງ ທີ່ເຂົາເຈົ້າພົບພໍ້, ເຂົາເຈົ້າເວົ້າໃຫ້ແຕ່ສະມາຊິກຄອບຄົວ ຫຼື ໝູ່ສະໜິດຟັງ ແຕ່ເຂົາເຈົ້າ ກໍ່ມັກຖືກຕຳນິ ແລະ ບອກໃຫ້ອົດທົນ ເພື່ອຄອບຄົວ. ແລະ ບັນຫານີ້ ບໍ່ພຽງແຕ່ເກີດຂຶ້ນຢູ່ ສປປ ລາວ ເທົ່ານັ້ນ, ແຕ່ຍັງເກີດຂຶ້ນໃນທົ່ວຂົງເຂດ ອາຊີ-ປາຊີຟິກ ແລະ ທົ່ວໂລກ. ບົດລາຍງານ ຍັງໄດ້ສະແດງໃຫ້ເຫັນເຖິງ ຄວາມຄ້າຍຄືກັນ ຂອງທຳມະຊາດ ຂອງມະນຸດຢູ່ທົ່ວທຸກບ່ອນ. ” ກ່າວໂດຍ ເຮັນຣຽດ ເຈນເຊນ, ນັກຄົ້ນຄວ່າຈາກອົງການ UNFPA ປະຈຳພາກພື້ນອາຊີ-ປາຊີຟິກ.

ການສຶກສາດັ່ງກ່າວ ຍັງເປັນແຫຼງຂໍ້ມູນໃຫ້ແກ່ ບັນດານັກສຶກສາ ເພື່ອສຶກສາຄົ້ນຄວ້າ ແລະ ຍັງເປັນບ່ອນອິງໃຫ້ແກ່ ການສຶກສາຄົ້ນຄ້ວາລະດັບຊາດໃນຄັ້ງຕໍ່ໄປ