ຄະນະຜູ້ແທນລາວໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 79 ຂອງຄະນະກຳມະການສິດທິເດັກ, ທີ່ສໍານັກງານອົງການ ສປຊ, ນະຄອນເຈນິວາ, ປະເທດສະວິດເຊີແລນ

ໃນລະຫວ່າງວັນທີ 20-21 ກັນຍາ 2018, ຢູ່ນະຄອນເຈນິວາ, ປະເທດສະວິດເຊີແລນ, ຄະນະຜູ້ແທນລາວ ນໍາໂດຍທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ຮອງປະທານຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 79 ຂອງຄະນະກຳມະການສິດທິເດັກ, ສໍານັກງານອົງການ ສປຊ  ຊຶ່ງຈັດຂຶ້ນເພື່ອປະເມີນຜົນ ແລະ ທົບທວນຄືນ ກ່ຽວກັບການຈັດຕັ້ງປະຕິບັດສິດທິເດັກຂອງ ສປປ ລາວ ນັບແຕ່ການທົບທວນປະຈໍາໄລຍະຄັ້ງທີສອງໃນປີ 2010 ຈົນຮອດປະຈຸບັນ.

 

ກອງປະຊຸມໄດ້ດໍາເນີນຢູ່ສໍານັກງານອົງການ ສປຊ ປະຈໍານະຄອນເຊີແນວ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອາລຸນແກ້ວ ກິດຕິຄຸນ ຫົວຫນ້າຄະນະຜູ້ແທນຝ່າຍລາວ ແລະ ທ່ານ ນາງ ຮິເນັດ ວິນເຕີ (Ms. Renate WINTER), ປະທານຄະນະກຳມະການສິດທິເດັກ ສປຊ ໂດຍມີຄະນະຜູ້ແທນ ແລະ ຜູ້ຕາງຫນ້າຈາກບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນບໍ່ຂຶ້ນກັບລັດຖະບານ ແລະ ສື່ມວນຊົນຕ່າງປະເທດຈຳນວນຫນຶ່ງ ໃນຖານະຜູ້ສັງເກດການ.

ໃນກອງປະຊຸມ ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ແລະ ຄວາມຄືບຫນ້າໃນການຈັດຕັ້ງປະຕິ ບັດສິດທິເດັກຢູ່ ສປປ ລາວ ນັບແຕ່ການທົບທວນຄັ້ງທີສອງຜ່ານມາ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງການຈັດຕັ້ງປະຕິບັດນະໂຍບາຍ, ລັດຖະທໍານູນ ແລະ ບັນດາກົດຫມາຍ, ການບູລະນະການປົກຄອງ, ການສ້າງລັດແຫ່ງກົດຫມາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ການລົບລ້າງຄວາມທຸກຍາກ, ການປະຕິບັດເປົ້າຫມາຍສະຫັດສະວັດດ້ານການພັດທະນາ, ການຮ່ວມມືສາກົນດ້ານສິດທິເດັກ ແລະ ການຈັດຕັ້ງປະຕິບັດສົນທິສັນຍາດ້ານສິດທິເດັກທີ່ ສປປ ລາວ ເປັນພາຄີ. ຜົນສໍາເລັດທີ່ຍາດມາໄດ້ເປັນກ້າວໆໃນໄລຍະ 5 ປີ ຜ່ານມານັ້ນ ໄດ້ເຮັດໃຫ້ເດັກລາວບັນດາເຜົ່າໄດ້ຊົມໃຊ້ສິດທິພື້ນຖານຂອງເຂົາເຈົ້າຕາມລັດ ຖະທໍາມະນູນ ແລະ ກົດຫມາຍ. ບັນດາຄະນະກຳມະການສິດທິເດັກ ສປຊ ທີ່ອອກຄໍາເຫັນ ກໍລ້ວນແຕ່ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ສປປ ລາວ ໃນການປົກປ້ອງ ແລະ ສົ່ງເສີມສິດທິຂອງເດັກລາວບັນດາເຜົ່າ, ພ້ອມສະຫນັບສະຫນູນຄວາມພະຍາຍາມຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາຂໍ້ສະເຫນີແນະໃນການທົບທວນປະຈໍາໄລຍະຄັ້ງສອງ.

ນອກຈາກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ໃຫ້ຂໍ້ມູນເພີ່ມເຕີມ, ຊີ້ແຈງອະທິບາຍຕໍ່ບາງບັນຫາທີ່ຄະນະກຳມະການສິດທິເດັກ ສປຊ ທີ່ມີຄວາມສົນໃຈໃນຫຼາຍຂົງເຂດວຽກງານ ເປັນຕົ້ນວຽກ ຄຊກມດ: ກົງຈັກການຈັດຕັ້ງ, ການປະສານງານ, ການສ້າງຖານຂໍ້ມູນລະດັບຊາດກ່ຽວກັບເດັກ, ການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ແຜນດໍາເນີນງານແຫ່ງຊາດ, ການຈັດສັນງົບປະມານເຂົ້າໃນວຽກແມ່ແລະເດັກ, ການໂຄສະນາເຜີຍແຜ່, ການມີສ່ວນຮ່ວມຂອງເດັກ; ວຽກຄວາມຮຸນແຮງຕໍ່ເດັກ: ການຂູດຮີດ ແລະ ການຂູດຮີດທາງເພດ, ການປ່ອຍປະລະເລີຍເດັກ, ການມີສ່ວນຮ່ວມຂອງພໍ່ໃນການເບີ່ງແຍງດູແລລູກ, ການສໍາຫຼວດ-ເກັບກຳຂໍ້ມູນ, ການໃຊ້ຄວາມຮຸນແຮງທາງຮ່າງກາຍ ໂດຍການຂ້ຽນຕີ, ການຝຶກອົບຮົມປາສະຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ຊຸມຊົນ, ສື່ອອນລາຍຕ່າງໆ; ວຽກງານແນວລາວສ້າງຊາດ: ເສລີພາບໃນການເຊື່ອຖືສາສະໜາ, ການຄຸ້ມຄອງບຸກຄົນທີ່ມີອາຍຸຕໍ່າ 18 ປີຢູ່ວັດ (ຈົວຄູບາ, ແມ່ຊີ ແລະ ສັງກະລີວັດ) ຄວາມຮຸນແຮງຕໍ່ຈົວ, ຄູບາ, ແມ່ຊີ ແລະ ສັງກະລີ ທີ່ເປັນເດັກໃນວັດ; ວຽກງານໂທລະຄົມມະນາຄົມ ແລະ ການສື່ສານ: ການນໍາໃຊ້ສື່ອອນລາຍ, ຄວາມຮຸນແຮງຜ່ານສື່ອອນລາຍ, ການຕິດຕາມກວດກາການກະທໍາຜິດຂອງເດັກໃນການນໍາໃຊ້ສື່ທີ່ບໍ່ເໝາະສົມ, ການປົກປ້ອງເດັກເຂົ້າເຖິງສື່ອອນລາຍ, ການຄ້າຂາຍທາງເພດຕໍ່ເດັກຜ່ານສື່ອອນລາຍ; ວຽກງານສຶກສາ: ການລ້ຽງດູເດັກແບບສ້າງສັນ (0-3 ປີ), ການພັດທະນາເດັກກ່ອນໄວຮຽນ (ອານຸບານ 3-5 ປີ), ການສຶກສານອກໂມງຮຽນ (ຮຽນເພີ່ມ), ການສຶກສາວິຊາຊີບ, ການສຶກສານອກລະບົບ, ການເພີ່ມຫຼັກສູດການຮຽນໃໝ່ຈາກ ມ1 ຫາ ມ7, ການສ້າງບຸກຄະລາກອນຄູ, ການກໍານົດອາຍຸການອອກແຮງງານເດັກລະຫວ່າງກົດໝາຍແຮງງານ ແລະ ກົດ  ໝາຍການສຶກສາພາກບັງຄັບ, ການເຊື່ອມຫຼັກສູດການຮຽນ-ການສອນ ກ່ຽວກັບວຽກສິດທິມະນຸດ ແລະ ສິດທິເດັກ, ການລຶບລ້າງຄວາມແຕກໂຕນການເຂົ້າເຖິງການບໍລິການດ້ານການສຶກສາລະຫວ່າງເຂດຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ການປັບປຸງຫຼັກສູດການສຶກສາສຳລັບເດັກພິການ; ວຽກງານສາທາລະນະສຸກ: ອັດຕາການຕາຍຂອງແມ່ ແລະ ເດັກ, ການລ້ຽງລູກດ້ວຍນໍ້ານົມແມ່, ໂພຊະນາການ, ສັກຢາກັນພະຍາດ, ການໃຫ້ຄໍາປຶກສາ ແລະ ວາງແຜນຄອບຄົວ, ແມ່ໄວໜຸ່ມທີ່ຖືພາ, ສຸຂະພາບໄວຈະເລີນພັນ, ພະຍາດມາເລເລຍ, ພະຍາດຕິດຕໍ່ທາງເພດສຳພັນ, ເຮດໄອວີ/ເອດສ໌. ການຄວບຄຸມທາດເຫຼົ້າ, ຢາສູບ ແລະ ການຊ່ວຍເຫຼືອເດັກພິການດ້ານຕ່າງໆ, ການປິ່ນປົວຟື້ນຟູສຸຂະພາບຈິດ, ການໃຫ້ຖືພາແທນ, ການປ້ອງກັນການຖືພາຂອງເດັກ ແລະ ໄວໜຸ່ມ, ກ໋ອງສຳລັບເດັກ, ການທຳແທ້ງ, ການເຂົ້າເຖີງແຫຼ່ງນໍ້າສະອາດ-ວິດຖ່າຍ, ສຸຂະສຶກສາ, ການກວດກາຄຸນນະພາບນໍ້າດື່ມ-ນໍ້າໃຊ້ໃນເຂດຊົນນະບົດ; ວຽກງານຍຸຕິທຳ: ການບັງຄັບໃຊ້ກົດໝາຍ, ການເອົາເດັກໄປເປັນລູກລ້ຽງ, ສາຍດ່ວນໃຫ້ຄໍາປຶກສາ ແລະ ການຮັບຄໍາຮ້ອງ-ຟ້ອງຮ້ອງທຸກ; ວຽກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ການຈັດສັນດິນ-ຈັດສັນປ່າ, ການຊົດເຊີຍຄືນຈາກໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດກະສິກຳ, ອຸດສາຫະກໍາ, ການບໍລິການ ແລະ ເຂດເສດຖະກິດພິເສດ, ການຍົກຍ້າຍຈັດສັນໂດຍການມີສ່ວນຮ່ວມຂອງເດັກ, ການບັງຄັບໃຊ້ແຮງງານເດັກ, ການຂູດຮີດເດັກ-ການໃຊ້ແຮງງານເດັກ, ການຂູດຮີດທາງເພດເດັກ, ການຕິດຕາມກວດກາກົນໄກຮ້ອງຟ້ອງ-ຮ້ອງທຸກ; ວຽກງານພາຍໃນ: ການຈົດທະ ບຽນການເກີດ, ການແຕ່ງງານຂອງເດັກ, ການຮ່ວມມືກັບອົງການຈັດຕັ້ງທາງສັງຄົມ, ການຂຶ້ນທະບຽນອົງການຈັດຕັ້ງທາງສັງຄົມ, ເສລີພາບໃນການເຊື່ອຖືສາສະໜາ; ວຽກງານແຮງງານ ແລະ ສະຫວັດດີການສັງຄົມ: ການໃຊ້ແຮງງານເດັກ, ການປັບກົດໝາຍແຮງງານໃຫ້ສອດຄ່ອງກັບການສຶກສາພາກບັງຄັບ, ຕາໜ່າງປົກປ້ອງເດັກ, ການເຄື່ອນຍ້າຍແຮງງານທີ່ປອດໄພ, ການສ້າງຖານຂໍ້ມູນສະຖິຕິແຮງງານຈາກຊົນນະບົດເຂົ້າສູ່ຕົວເມືອງ, ຂໍ້ມູນສະຖິຕິແຮງງານຈາກພາຍໃນໄປຕ່າງປະເທດ, ນະໂຍບາຍການຊ່ວຍເຫຼືອເດັກພິການ ແລະ ຄອບຄົວເດັກ, ນັກສັງຄົມສົງເຄາະ, ການຕິດຕາມກວດກາການໃຊ້ແຮງງານເດັກ ແລະ ສ້າງຕັ້ງກຸ່ມຕົວແທນແຮງງານເດັກ, ລະເບີດບໍ່ທັນແຕກ, ການຊ່ວຍເຫຼືອເດັກຂ້າງຖະໜົນ, ເດັກກຳພ້າກຳ ພອຍ ແລະ ເດັກທີ່ບໍ່ຢູ່ນຳພໍ່ແມ່, ເດັກພິການຕົວເມືອງ ແລະ ຊົນນະບົດ, ການຕິດຕາມຊ່ວຍເຫຼືອເດັກທີ່ຖືກເຄາະຮ້າຍຈາກການຄ້າມະນຸດ, ການຂູດຮີດທາງເພດເດັກ; ວຽກງານປ້ອງກັນຄວາມສະຫງົບ: ການຈົດທະບຽນພົນລະເມືອງ, ອຸປະຕິເຫດຕາມທ້ອງຖະໜົນ, ການຮ່ວມມືກັບສາກົນຕ້ານການຄ້າມະນຸດ, ບັນຫາໂສເພນີເດັກ, ການແຕ່ງງານແອບແຝງ, ການແຍກວຽກການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສິ່ງລາມົກອານາຈານກ່ຽວກັບເດັກ ອອກຈາກວຽກການຄ້າມະນຸດ, ການສ້າງຖານຂໍ້ມູນກ່ຽວກັບຄະດີເດັກຕ່າງໆ, ເດັກບໍ່ມີອິດສະລະພາບ, ເດັກຕິດຢາເສບຕິດ, ການຮື້ຟື້ນຄະດີເດັກ ແລະ ການຂໍອຸທອນຄະດີເດັກນຳມາພິຈາລະນາໃໝ່, ການບໍ່ເອົາຜິດກັບເດັກ, ການລົງໂທດຜູ້ກະທໍາຜິດຕໍ່ເດັກ; ວຽກງານກະສິກຳ ແລະ ປ່າໄມ້: ການຄຸ້ມຄອງ ແລະ ການປົກຄຸມຂອງປ່າໄມ້, ການໃຊ້ແຮງງານເດັກໃນຂົງເຂດກະສິກໍາ, ການສໍາຫຼວດ, ເກັບກຳຂໍ້ມູນຄວາມຕ້ອງການ ແລະ ຕອບສະໜອງແຮງງານໄວໜຸ່ມໃນຂົງເຂດກະສິກຳ, ການຂາຍເດັກນ້ອຍໃນຂົງເຂດກະກໍາ, ການກວດກາແຮງງານເດັກໃນກະສິກໍາ, ການສ້າງບຸກຄະລາກອນໄວໜຸ່ມໃນຂົງເຂດກະ ສິກຳ; ວຽກງານແຜນການ ແລະ ການລົງທຶນ: ການເອົາວຽກເດັກເຂົ້າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຫຼຸດໂຕນດ້ານການພັດທະນາຂອງຕົວເມືອງ ແລະ ຊົນນະບົດ, ການອອກຂໍ້ກໍານົດມາດຕະຖານການດໍາລົງຊີວິດຂອງ ສປປ ລາວ, ການຈັດກອງປະຊຸມປຶກສາຫາລືກັບຜູ້ລົງທຶນ (FDI), ແຜນຍຸດທະສາດການໃຫ້ທຶນນັກລົງທຶນ, ການນໍາໃຊ້ທຶນ ODA, ການຮ່ວມມືຫຼາຍຂະແໜງການ, ການປົກປ້ອງສິດທິຂອງເດັກໃນເຂດເສດຖະ ກິດພິເສດ, ການສຳຫຼວດ ແລະ ເກັບຂໍ້ມູນສະຖິຕິ, ການເກັບກຳຂໍ້ມູນການຊ່ວຍເຫຼືອທາງການເພື່ອການພັດທະນາເດັກໃນ ລາວ ຕິດພັນກັບແຜນເພີ່ມການລົງທຶນໃສ່ວຽກເດັກຂອງລັດຖະບານ ພາຍຫຼັງທີ່ການຊ່ວຍເຫຼືອຫຼຸດລົງ ເພື່ອຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາໃນປີ 2020, ລະບົບການວາງແຜນຍູດທະສາດ(ຂຶ້ນແຜນວຽກ) ແລະ ການຈັດລຽງບູລິມະສິດ ການຮ່ວມກັນລົງທຶນໃສ່ເດັກຂອງຫຼາຍຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ; ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ການທ່ອງທ່ຽວທາງເພດ, ການຄ້າຂາຍເດັກ, ການຄ້າປະເວນີເດັກ ຢູ່ຕາມເຮືອນພັກ ແລະ ໂຮງແຮມ, ຄາລາໂອເກະເສລີພາບໃນການສະແດງຄໍາຄິດເຫັນ, ເສລີພາບຂອງສື່ມວນຊົນ; ວຽກງານການຕ່າງປະເທດ: ການສ້າງຕັ້ງສະຖາບັນສິດທິມະ ນຸດເອກະລາດ, ການຮັກສາຂໍ້ສະຫງວນຂອງອະນຸສັນຍາ ກ່ຽວກັບການຄ້າຂາຍເດັກ, ການຄ້າປະເວນີເດັກ ແລະ ສີ່ງລາມົກອາ ນາຈານກ່ຽວກັບເດັກ ມາດຕາ 5(2) ການສົ່ງຜູ້ຮ້າຍຂ້າມແດນ, ການໃຫ້ສັດຕະຍາບັນຕໍ່ອະນຸສັນຍາ 01 ສະບັບ  ກ່ຽວກັບຂັ້ນຕອນການສື່ສານ, ການຄຸ້ມຄອງ ແລະ ການຈົດທະບຽນຂອງອົງການຈັດຕັ້ງສາກົນທີ່ບໍ່ສັງລັດຖະບານຢູ່ ສປປ ລາວ, ການຕິດ ຕາມ ແລະ ການສ້າງລະບົບລາຍງານ ກ່ຽວກັບເດັກລາວ ກໍລະນີເດັກໄປເປັນລູກລ້ຽງຢູ່ຕ່າງປະເທດຂອງສະຖານທູດລາວ, ການເກັບກໍາ ແລະ ຕິດຕາມການເຄື່ອນຍ້າຍແຮງງານເດັກຢູ່ຕ່າງປະເທດ; ວຽກງານກວດກາລັດຖະບານ: ການຕິດຕາມກວດກາ     ແລະ  ມາດຕະການຕ້ານການສໍ້ລາດບັງຫຼວງ; ວຽກງານສານປະຊາຊົນ: ການເກັບກຳຂໍ້ມູນຄະດີຜູ້ໃຫຍ່ກະທຳຜິດຕໍ່ເດັກ, ຂໍ້ມູນເດັກກະທໍາຜິດ, ຂໍ້ມູນການພິຈາລະນາຕັດສິນ ແລະ ການນໍາຕົວຜູ້ກະທໍາຜິດມາລົງໂທດຕາມກົດໝາຍ, ຂໍ້ມູນການຂໍອຸທອນ ແລະ ການພິຈາລະນາຕໍ່ເດັກ.

ຄໍາອະທິບາຍ, ຊີ້ແຈງຂອງຄະນະຜູ້ແທນ ສປປ ລາວ ໄດ້ເຮັດຄະນະກຳມະການສິດທິເດັກ ສປຊ ແລະ ຜູ້ເຂົ້າຮ່ວມອື່ນໆ ມີຄວາມເຂົ້າອົກເຂົ້າໃຈເປັນຢ່າງດີ ກ່ຽວກັບການປະຕິບັດສິດທິຂອງເດັກລາວບັນດາເຜົ່າ ຢູ່ ສປປ ລາວ.

ພາຍຫລັງສຳເລັດການອະທິບາຍຊີ້ແຈງຂອງຄະນະຜູ້ແທນລາວແລ້ວ, ຄະນະກຳມະການສິດທິເດັກ ສປຊ ພາຍຫລັງ ທີ່ໄດ້ພິຈາ ລະນາບົດລາຍງານ ແລະ ການອະທິບາຍຊີ້ແຈງເຊິ່ງຫນ້າຂອງຄະນະຜູ້ແທນຂອງ ສປປ ລາວ ແລ້ວ; ຄະນະກຳມະການສິດທິເດັກ ສປຊ ກໍຈະມີຂໍ້ສະເຫນີແນະຕ່າງໆຕໍ່ບົດລາຍງານແຫ່ງຊາດ ປະຈໍາໄລຍະ 3-6 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກຢູ່ ສປປ ລາວ ພາຍໃນເດືອນ ຕຸລາ 2018.